1ການຍອມຮັບເງື່ອນໄຂ
ເງື່ອນໄຂນີ້ເປັນຂໍ້ຕົກລົງລະຫວ່າງທ່ານ ກັບ ບໍລິສັດ ເນັກໂວຣາ ຈຳກັດຜູ້ດຽວ (NEXVORA SOLE CO., LTD) ຜູ້ໃຫ້ບໍລິການ LaoCaption ທີ່ laocaption.com ແລະ ແອັບມືຖື. ຖ້າທ່ານບໍ່ເຫັນດີ ກະລຸນາຢ່າໃຊ້ບໍລິການ. ອ່ານຄູ່ກັບ ນະໂຍບາຍຄວາມເປັນສ່ວນຕົວ ແລະ ນະໂຍບາຍການຄືນເງິນ.
2ບໍລິການຂອງເຮົາ
LaoCaption ຖອດສຽງພາສາລາວຈາກວິດີໂອດ້ວຍ AI, ໃຫ້ທ່ານແກ້ໄຂ ແລະ ຈັດຮູບແບບຊັບ, ແລ້ວສ້າງໄຟລ໌ MP4 ທີ່ຝັງຊັບ ຫຼື ໄຟລ໌ຊັບ SRT/VTT. ເຮົາອາດປັບປຸງ, ເພີ່ມ ຫຼື ປ່ຽນຟີເຈີເພື່ອໃຫ້ບໍລິການດີຂຶ້ນ.
3ບັນຊີຜູ້ໃຊ້
- ເຂົ້າສູ່ລະບົບດ້ວຍບັນຊີ Google ຂອງທ່ານເອງ. ທ່ານຕ້ອງມີອາຍຸ 13 ປີຂຶ້ນໄປ (ຕ່ຳກວ່າ 18 ປີ ຕ້ອງມີຜູ້ປົກຄອງເຫັນດີ).
- ທ່ານຮັບຜິດຊອບທຸກການກະທຳທີ່ເກີດຂຶ້ນໃນບັນຊີຂອງທ່ານ ແລະ ຕ້ອງຮັກສາບັນຊີ Google ໃຫ້ປອດໄພ.
- ຫ້າມແບ່ງປັນ, ຂາຍ ຫຼື ໂອນບັນຊີ ແລະ ນາທີໃຫ້ຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ.
4ເນື້ອຫາ ແລະ ລິຂະສິດ
- ວິດີໂອ ແລະ ຊັບທີ່ທ່ານສ້າງ ຍັງເປັນຂອງທ່ານ. ທ່ານໃຊ້ໄດ້ທຸກຈຸດປະສົງ ລວມທັງການຄ້າ.
- ທ່ານອະນຸຍາດໃຫ້ເຮົາເກັບ, ປະມວນຜົນ ແລະ ສ້າງໄຟລ໌ຈາກເນື້ອຫາຂອງທ່ານ ສະເພາະເພື່ອໃຫ້ບໍລິການແກ່ທ່ານ.
- ທ່ານຮັບປະກັນວ່າມີສິດໃນວິດີໂອທີ່ອັບໂຫຼດ (ເປັນເຈົ້າຂອງ ຫຼື ໄດ້ຮັບອະນຸຍາດ) ແລະ ບໍ່ລະເມີດສິດຂອງຜູ້ອື່ນ.
- ຊື່, ໂລໂກ້ ແລະ ຊອບແວ LaoCaption ເປັນຊັບສິນຂອງບໍລິສັດ.
5ຂໍ້ຫ້າມ
ຫ້າມໃຊ້ LaoCaption ເພື່ອ:
- ເນື້ອຫາທີ່ຜິດກົດໝາຍ ສປປ ລາວ, ສົ່ງເສີມຄວາມຮຸນແຮງ, ຍຸຍົງ, ໝິ່ນປະໝາດ ຫຼື ສ້າງຄວາມແຕກແຍກ.
- ລາມົກອະນາຈານ, ການລ່ວງລະເມີດເດັກ ຫຼື ເນື້ອຫາທີ່ລະເມີດຄວາມເປັນສ່ວນຕົວຂອງຜູ້ອື່ນ.
- ລະເມີດລິຂະສິດ, ຂ່າວປອມ ຫຼື ການຫຼອກລວງ.
- ໂຈມຕີ, ດຶງຂໍ້ມູນອັດຕະໂນມັດ, ທົດສອບຊ່ອງໂຫວ່ ຫຼື ຫຼີກລ່ຽງຂໍ້ຈຳກັດຂອງແພັກເກັດ.
ເຮົາມີສິດລຶບເນື້ອຫາ ແລະ ລະງັບບັນຊີທີ່ລະເມີດ ໂດຍບໍ່ຕ້ອງແຈ້ງລ່ວງໜ້າ ໃນກໍລະນີຮ້າຍແຮງ.
6ຄວາມຖືກຕ້ອງຂອງ AI
ການຖອດສຽງໃຊ້ AI ຈຶ່ງ ອາດມີຄຳຜິດ — ໂດຍສະເພາະສຽງບໍ່ຊັດ, ມີສຽງດົນຕີ ຫຼື ສຳນຽງທ້ອງຖິ່ນ. ທ່ານຄວນກວດ ແລະ ແກ້ຊັບກ່ອນເຜີຍແຜ່. ທ່ານຮັບຜິດຊອບເນື້ອຫາສຸດທ້າຍທີ່ເຜີຍແຜ່.
7ແພັກເກັດ ແລະ ນາທີ
| ແພັກ | ລາຄາ / 30 ວັນ | ນາທີ | ຄລິບຍາວສູງສຸດ |
|---|---|---|---|
| ຟຣີ | ຟຣີ | 10 (ຄັ້ງດຽວ) | 3 ນາທີ |
| Starter | 159.000 ກີບ | 80 | 5 ນາທີ |
| Pro | 259.000 ກີບ | 250 | 15 ນາທີ |
| ທຸລະກິດ | 599.000 ກີບ | 800 | 30 ນາທີ |
- ແພັກເສຍເງິນມີອາຍຸ 30 ວັນ ນັບແຕ່ມື້ເປີດໃຊ້ ແລະ ບໍ່ຕໍ່ອາຍຸອັດຕະໂນມັດ.
- ເມື່ອແພັກໝົດອາຍຸ ບັນຊີກັບເປັນແພັກຟຣີ (ມີລາຍນ້ຳ “LaoCaption.com”, ຂໍ້ຈຳກັດແພັກຟຣີ), ແຕ່ນາທີທີ່ເຫຼືອຍັງຢູ່.
- ເຕີມນາທີ (50 ນາທີ 100.000 ກີບ, 100 ນາທີ 180.000 ກີບ, 300 ນາທີ 450.000 ກີບ) ບໍ່ມີວັນໝົດອາຍຸ.
- ນາທີຖືກຫັກຕາມຄວາມຍາວຂອງວິດີໂອ ເມື່ອຖອດສຽງສຳເລັດ (ປັດຂຶ້ນເປັນວິນາທີ). ການແກ້ຊັບ ແລະ ສ້າງວິດີໂອຄືນ ບໍ່ຫັກນາທີເພີ່ມ.
- ລາຄາອາດປ່ຽນແປງ; ລາຄາໃໝ່ບໍ່ກະທົບແພັກທີ່ທ່ານຈ່າຍແລ້ວ.
8ການຊຳລະເງິນ
- ຊຳລະເປັນເງິນກີບ ໂດຍສະແກນ QR ໂອນເງິນ ແລ້ວແນບສະລິບໃນໜ້າຊຳລະເງິນ.
- ທີມງານກວດສະລິບ ແລະ ເປີດໃຊ້ແພັກ — ປົກກະຕິພາຍໃນ 24 ຊົ່ວໂມງ (ມື້ລັດຖະການ). ສະລິບປອມ ຫຼື ບໍ່ຄົບ ຈະຖືກປະຕິເສດ.
- ກະລຸນາໃສ່ລະຫັດອ້າງອີງທີ່ລະບົບໃຫ້ໃນໝາຍເຫດການໂອນ ເພື່ອຢືນຢັນໄດ້ໄວ.
- ການຄືນເງິນເປັນໄປຕາມ ນະໂຍບາຍການຄືນເງິນ.
9ການໃຫ້ບໍລິການ ແລະ ການເກັບໄຟລ໌
- ເຮົາພະຍາຍາມໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ແຕ່ອາດມີການຢຸດຊົ່ວຄາວເພື່ອປັບປຸງ ຫຼື ເຫດຂັດຂ້ອງທີ່ຢູ່ນອກການຄວບຄຸມ.
- ໄຟລ໌ຖືກລຶບອັດຕະໂນມັດຕາມແພັກ (ຟຣີ 7 ວັນ, Starter 15 ວັນ, Pro 30 ວັນ, ທຸລະກິດ 90 ວັນ). ກະລຸນາໂຫຼດວິດີໂອ ແລະ ຊັບເກັບໄວ້ເອງ — LaoCaption ບໍ່ແມ່ນບ່ອນສຳຮອງຂໍ້ມູນ.
10ຂອບເຂດຄວາມຮັບຜິດຊອບ
ບໍລິການໃຫ້ “ຕາມສະພາບ”. ເທົ່າທີ່ກົດໝາຍອະນຸຍາດ, ເຮົາບໍ່ຮັບຜິດຊອບຄວາມເສຍຫາຍທາງອ້ອມ ເຊັ່ນ ການສູນເສຍລາຍໄດ້ ຫຼື ຂໍ້ມູນ ຈາກການໃຊ້ ຫຼື ບໍ່ສາມາດໃຊ້ບໍລິການ. ຄວາມຮັບຜິດຊອບລວມຂອງເຮົາບໍ່ເກີນຈຳນວນເງິນທີ່ທ່ານຈ່າຍໃຫ້ເຮົາໃນ 30 ວັນຜ່ານມາ.
11ການລະງັບ ແລະ ຍົກເລີກບັນຊີ
- ທ່ານຢຸດໃຊ້ ຫຼື ຂໍລຶບບັນຊີໄດ້ທຸກເວລາ ຜ່ານ ໜ້າຕິດຕໍ່.
- ເຮົາອາດລະງັບບັນຊີທີ່ລະເມີດເງື່ອນໄຂນີ້. ຖ້າລະງັບໂດຍບໍ່ມີການລະເມີດ ເຮົາຈະຄືນເງິນສ່ວນທີ່ເຫຼືອຕາມສັດສ່ວນ.
12ກົດໝາຍທີ່ໃຊ້
ເງື່ອນໄຂນີ້ຢູ່ພາຍໃຕ້ກົດໝາຍຂອງ ສປປ ລາວ. ຂໍ້ຂັດແຍ່ງຈະແກ້ໄຂດ້ວຍການເຈລະຈາກ່ອນ; ຖ້າບໍ່ສຳເລັດ ຈະນຳສະເໜີຕໍ່ອົງການທີ່ມີສິດອຳນາດ ໃນ ສປປ ລາວ.
13ການປ່ຽນແປງ ແລະ ຕິດຕໍ່
ເຮົາອາດປັບປຸງເງື່ອນໄຂນີ້ ແລະ ຈະອັບເດດວັນທີດ້ານເທິງ. ການໃຊ້ຕໍ່ຫຼັງການປ່ຽນແປງ ຖືວ່າຍອມຮັບເງື່ອນໄຂໃໝ່. ຄຳຖາມ: [email protected] ຫຼື ໜ້າຕິດຕໍ່.